Help - Search - Members - Calendar
Full Version: ຍັງບໍ່ທັນຕັດສິນໃຈ
Webboard | LaoUpload.com > LaoUpload.com > Support
pnomsin
ດຽວນີ້ມີບ່ອນຝາກໄຟລ໌ຟຣີຫລາຍບ່ອນ
ບ່ອນທີ່ຝາກ ຢູ່ດຽວນີ້ ແມ່ນ esnip.com
ຝາກ ໄດ້ 5 GB
ໃນນັ້ນ ສາມາດຝາກ Video, audio, photos, other files such as pdf xls doc ppt

ສຳລັບ laoupload
ວ່າຈະລອງຝາກເບິ່ງ ຄາດວ່າຈະເອົາໂປແກມທີ່ຂຽນດ້ວຍ Ms Access ມາໃຫ້ດາວໂຫລດໄປລອງໃຊ້ ແຕ່ຍັງບໍ່ທັນຕັດສິນໃຈ
ຄືວ່າລະບົບ ກໍ່ຍັງບໍ່ຫມັ້ນຄົງ ແລະ ຄືວ່າຈຳກັດດ້ານເວລາ ຝາກມີກຳນົດບໍ່ເກີນ 1 ປີ ແມ່ນບໍ່

ແນວໃດກໍ່ຂໍຄວາມກະຈ່າງແຈ້ງນຳເວັບມາສເຕີແດ່

ອີກຢ່າງ ກໍ່ຢາກຮູ້ຄືກັນວ່າ ມີສະມາຊິກລາຍປານໃດແລ້ວ ແລະ ເຂົາເອົາຫຍັງມາຝາກແດ່

au8ust
ໂອ... ທ່ານພະນົມສິນ ຕອນນີ້ລະບົບເປີດໃຊ້ງານໄດ້ແລ້ວ ແຕ່ວ່າຍັງມີບັນຫາເປັນບາງສ່ວນ ແຕ່ເລື່ອງຄວາມໝັ້ນຄົງນັ້ນ ຄິດວ່າຈະເປີດໃຊ້ເປັນປົກກະຕິແລ້ວ ຄົງຈະບໍ່ມີຫຍັງປ່ຽນແປງໃຫຍ່ ໆ ຄືຕອນສະໄຫມ BETA ແລ້ວ (ສັງເກດວ່າ ເອົາເບຕ້າອອກແລ້ວ) ພຽງແຕ່ຫນ້າຕາ ແລະຮູບລັກຍັງບໍ່ເຂົ້າຮູບເຂົ້າຮອຍ

ສັງເກດອີກຢ່າງວ່າ ບໍ່ໄດ້ຈຳກັດແລ້ວວ່າເກັບໄຟລ໌ໄວ້ ໑ ປີ ເພາະຕອນນີ້ຈະເກັບໄຟລ໌ຂອງທ່ານໄປເລື້ອຍ ໆ ຈົນກວ່າຈະດັບໄປຂ້າງໃດຂ້າງຫນຶ່ງນັ້ນເອງ ໕໕໕

ດັງນັ້ນ ຂໍໃຫ້ໝັ້ນໃຈໄດ້ວ່າ ລາວອັບໂຫລດຈະບໍລິການຄົນລາວຕະຫລອດໄປ (ຈົນກວ່າຝ່າຍໃດຝ່າຍຫນຶ່ງຈະດັບໄປກ່ອນ ໕໕໕)
devsmudger
ຣັກນິນ
This is a "lo-fi" version of our main content. To view the full version with more information, formatting and images, please click here.
Invision Power Board © 2001-2010 Invision Power Services, Inc.